ycliper

Популярное

Музыка Кино и Анимация Автомобили Животные Спорт Путешествия Игры Юмор

Интересные видео

2025 Сериалы Трейлеры Новости Как сделать Видеоуроки Diy своими руками

Топ запросов

смотреть а4 schoolboy runaway турецкий сериал смотреть мультфильмы эдисон
Скачать

สังหารโหด! เพื่อนรักกลายเป็นเพชฌฆาต ปมสลดแค่ "เลือดเป็ด" | ข่าวประเทศลาว | SpillTheTea. EP113

Автор: ເວົ້າໃຫ້ຟັງ Spill The Tea

Загружено: 2026-02-17

Просмотров: 1281

Описание: ກາຍເປັນເຫດໂສກນາດຕະກຳທີ່ສ້າງຄວາມຕື່ນຕົກໃຈໄປທົ່ວທັງໝູ່ບ້ານ ເມື່ອມິດພາບທີ່ຍາວນານຕ້ອງຈົບລົງດ້ວຍຢົດເລືອດ ແລະ ຊາກສົບ ເມື່ອເຫຼົ້າພຽງບໍ່ກີ່ຈອກປ່ຽນ "ເພື່ອນຮັກ" ໃຫ້ກາຍເປັນ "ເພັດຊະຄາດ" ລົງມືສັງຫານກັນຢ່າງໂຫດຮ້າຍທາລຸນຜິດມະນຸດມະນາ ໂດຍມີອາວຸດສັງຫານຄື "ໄມ້ຄ້ອນ" ທີ່ກະໜ່ຳຕີລົງເທິງຮ່າງກາຍຂອງເພື່ອນຮ່ວມວົງຈົນສິ້ນໃຈຕາຍຄາມື.

ໃນຊ່ວງເວລາໃກ້ຄ່ຳ ປະມານ 18:00 - 19:00 ໂມງ ຂອງວັນທີ 16 ກຸມພາ 2026 ເຈົ້າໜ້າທີ່ຕຳຫຼວດໄດ້ຮັບແຈ້ງເຫດຄາດຕະກຳສຸດສະຫຍົດສະຫຍອງ ຢູ່ທີ່ບ້ານໂພນສະອອນ ເຂດສົບອ່ອນ ເມືອງນາກາຍ ແຂວງຄຳມ່ວນ ໂດຍໃນທີ່ເກີດເຫດພົບຮ່າງຜູ້ເສຍຊີວິດໃນສະພາບທີ່ແທບຈື່ເຄົ້າເດີມບໍ່ໄດ້. ເຫດການເລີ່ມຕົ້ນຂຶ້ນຕັ້ງແຕ່ຊ່ວງເຊົ້າ ເມື່ອ ທ້າວ ສີ ຜູ້ເສຍຊີວິດ ໄວ 51 ປີ ໄດ້ເລີ່ມຕັ້ງວົງດື່ມເຫຼົ້າຢູ່ບ້ານເພື່ອນອີກຄົນໜຶ່ງ ຈົນຮອດຊ່ວງບ່າຍດ້ວຍຄວາມຄະນອງຕາມລິດນ້ຳເມົາ ທ້າວ ສີ ຈຶ່ງໄດ້ໂທລະສັບຊັກຊວນ ທ້າວ ຍັງ ເພື່ອນຮັກໄວໄລ່ເລ່ຍກັນ ໃຫ້ມາຮ່ວມວົງສັງສັນກັນຕໍ່ ໂດຍບໍ່ຮູ້ເລີຍວ່ານັ້ນຄືການກ້າວທ້າວເຂົ້າສູ່ແດນປະຫານຂອງຕົນເອງ.

ເມື່ອເວລາຜ່ານໄປຈົນຮອດຊ່ວງແລງ ທ້າວ ສີ ມີຈຸດປະສົງຈະກັບບ້ານ ເພາະມີພາລະຕ້ອງກັບໄປເຮັດກັບເຂົ້າເບິ່ງແຍງຕົນເອງພຽງລຳພັງເນື່ອງຈາກເມຍກໍບໍ່ມີ ຈຶ່ງໄດ້ຂໍໂຕລາກັບບ້ານ ແຕ່ທ້າວ ຍັງ ຜູ້ກໍ່ເຫດ ທີ່ກຳລັງຕິດລົມພັດດຶງໄວ້ ພ້ອມຄວັກເງິນຈຳນວນໜຶ່ງຝາກໃຫ້ທ້າວ ສີ ໄປຊື້ "ເລືອດເປັດ" ເພື່ອມາເຮັດກັບແກ້ມຄາບແລງ ຫວັງຈະດື່ມເຫຼົ້າຕໍ່ໃຫ້ສຸດເຫ່ວຍຢູ່ທີ່ບ້ານຂອງຕົນ. ທ້າວ ສີ ຮັບຄຳເພື່ອນຮັກກ່ອນຈະມຸ່ງໜ້າໄປຕະຫຼາດ ແລະ ນຳເລືອດເປັດກັບມາສົ່ງທີ່ບ້ານທ້າວ ຍັງ ແຕ່ໃນເວລານັ້ນ ທ້າວ ຍັງ ພັດຍັງມາບໍ່ຮອດ ທ້າວ ສີ ຈຶ່ງວາງເຄື່ອງທີ່ຊື້ມາໄວ້ເທິງເຮືອນ ແລ້ວປີກໂຕກັບໄປເຮັດທຸລະຢູ່ບ້ານຂອງຕົນເອງກ່ອນ.

ນາທີວິກິດເກີດຂຶ້ນ ເມື່ອທ້າວ ຍັງ ກັບມາຮອດບ້ານໃນສະພາບມຶນເມົາ ແລ້ວຊອກຫາ "ເລືອດເປັດ" ບໍ່ເຫັນ ດ້ວຍຄວາມມຶນເມົາທີ່ຄອບງຳສະຕິສຳປັດຊັນຍະ ຄວາມໂກດແຄ້ນທີ່ໄຮ້ເຫດຜົນກໍປະທຸຂຶ້ນທັນທີ ທ້າວ ຍັງ ຈຶ່ງບຸກໄປຮອດບ້ານທ້າວ ສີ ເພື່ອທວງຖາມເຄື່ອງທີ່ຝາກຊື້ດ້ວຍອາລົມຮ້າຍ. ຝ່າຍຜູ້ຕາຍພະຍາຍາມສະແດງຄວາມບໍລິສຸດໃຈ ຈຶ່ງຕ້ອງຍ່າງກັບມາສົ່ງຢູ່ບ້ານທ້າວ ຍັງ ອີກຮອບເພື່ອຢືນຢັນວ່າໄດ້ຊື້ມາວາງໄວ້ໃຫ້ແລ້ວແທ້ໆ. ເມື່ອຄວາມເຂົ້າໃຈຜິດຄີ່ຄາຍ ທັງສອງກໍກັບນັ່ງດື່ມເຫຼົ້າກັນຕໍ່ອີກຄັ້ງຢູ່ກ້ອງລ່າງເຮືອນຂອງທ້າວຍັງ.

ແຕ່ທວ່າຄັ້ງນີ້ບັນຍາກາດພັດປ່ຽນໄປ ຄວາມມຶນເມົາທີ່ສະສົມມາທັງວັນເລີ່ມແປປ່ຽນເປັນອາລົມຮ້າຍ ພຽງຄຳເວົ້າບໍ່ກີ່ຄຳທີ່ອາດຈະຜິດຫູ ຫຼື ອາດຈະເປັນຄວາມຂັດແຍ່ງເລິກໆ ທີ່ຊ້ອນຢູ່ ເຮັດໃຫ້ທ້າວ ຍັງ ຂາດສະຕິໂດຍສິ້ນເຊີງ ທ້າວ ຍັງ ໄດ້ຄວ້າເອົາໄມ້ຄ້ອນທີ່ຢູ່ໃກ້ມື ກະໜ່ຳຕີລົງໄປທີ່ຫົວຂອງເພື່ອນຮັກຢ່າງສຸດແຮງພະລະກຳລັງ. ສຽງກະທົບນັ້ນດັງສະໜັ່ນຈົນເພື່ອນບ້ານໃກ້ຄຽງຕ້ອງສະດຸ້ງຕົກໃຈ ເມື່ອແລ່ນເຂົ້າມາໝາຍຈະຫ້າມ ກໍພັດຕ້ອງພົບກັບພາບທີ່ຕິດຕາໄປຕະຫຼອດຊີວິດ ຮ່າງຂອງທ້າວ ສີ ນອນຈົມກອງເລືອດ ໂດຍທີ່ຫົວຖືກທຳລາຍຈົນແຫຼກລະອຽດ ສະໝອງກະຈັດກະຈາຍໄປທົ່ວບໍລິເວນ ເປັນພາບທີ່ອະເນຈອະນາດເກີນກວ່າຈະບັນຍາຍ.

ທາງດ້ານຜູ້ກໍ່ເຫດຖືກເຈົ້າໜ້າທີ່ຄວບຄຸມໂຕໄດ້ໃນທັນທີໃນສະພາບທີ່ຍັງບໍ່ສິ້ນລິດແອນກໍຮໍ ຈົນບໍ່ສາມາດໃຫ້ການໃດໆ ໄດ້ຢ່າງຈະແຈ້ງ ສ່ວນສາເຫດ ແລະ ແຮງຈູງໃຈໃນຄັ້ງນີ້ ຕ້ອງລໍຖ້າເຈົ້າໜ້າທີ່ອອກມາຖະແຫຼງອີກຄັ້ງ. ສ່ວນທາງຍາດຕິພີ່ນ້ອງ ແລະ ຊາວບ້ານ ໄດ້ຕັດສິນໃຈເຮັດພິທີເຄື່ອນຍ້າຍສົບໄປຝັງຢູ່ປ່າຊ້າຢ່າງເລັ່ງດ່ວນໃນຄືນນັ້ນເອງ ເນື່ອງຈາກຕາມຄວາມເຊື່ອບູຮານ ວັນທີເກີດເຫດກົງກັບວັນສິນ 14 ຄ່ຳ ເປັນວັນດັບ ຊຶ່ງມີຄວາມເຊື່ອທາງທ້ອງຖິ່ນຢ່າງເຄັ່ງຄັດວ່າ "ຫ້າມເກັບສົບຄົນຕາຍໂຫງໄວ້ຂ້າມເດືອນ" ບໍ່ດັ່ງນັ້ນຈະເກີດອາຖັນ ຫຼື ລາງຮ້າຍແກ່ໝູ່ບ້ານ. ຊາວບ້ານຈຶ່ງຕ້ອງຮ່ວມແຮງຮ່ວມໃຈກັນສົ່ງວິນຍານທ້າວ ສີ ສູ່ສຸຄະຕິທ່າມກາງຄວາມໂສກເສົ້າ ຂະນະນີ້ ທ້າວ ຍັງ ຜູ້ກໍ່ເຫດ ຖືກຄຸມຂັງຢູ່ທີ່ສະຖານີຕຳຫຼວດເພື່ອລໍຖ້າການສອບສວນຢ່າງລະອຽດ ເຖິງແຮງຈູງໃຈທີ່ແທ້ຈິງທີ່ເຮັດໃຫ້ເຂົາກ້າລົງມືສັງຫານເພື່ອນຮັກໄດ້ລົງຄໍ ພຽງເພາະຄວາມມຶນເມົາ ແລະ ເລື່ອງເລັກນ້ອຍພຽງເທົ່ານີ້.

#ข่าวประเทศลาว #ເວົ້າໃຫ້ຟັງ #SpillTheTea #ลาว #Laos #การเมืองลาว #สปปลาว #ประเทศลาว #ข่าวสปปลาว #LaoNews

Не удается загрузить Youtube-плеер. Проверьте блокировку Youtube в вашей сети.
Повторяем попытку...
สังหารโหด! เพื่อนรักกลายเป็นเพชฌฆาต ปมสลดแค่ "เลือดเป็ด" | ข่าวประเทศลาว | SpillTheTea. EP113

Поделиться в:

Доступные форматы для скачивания:

Скачать видео

  • Информация по загрузке:

Скачать аудио

Похожие видео

สั่งเปลี่ยน พนง.สอบสวน เรียกเงิน 10% ทำคดีครูชนน้องเกลดับ

สั่งเปลี่ยน พนง.สอบสวน เรียกเงิน 10% ทำคดีครูชนน้องเกลดับ

พิรุธชายขาเป๋โผล่วงจนปิด คืนสาวใหญ่ตายปริศนาศพถูกยัดตู้เย็น  | ลุยชนข่าว | 18 ก.พ. 69

พิรุธชายขาเป๋โผล่วงจนปิด คืนสาวใหญ่ตายปริศนาศพถูกยัดตู้เย็น | ลุยชนข่าว | 18 ก.พ. 69

ทหารเขมรผยองหนัก! ท้าทายขู่คิดว่าไม่กล้ายิงเหรอ | ข่าวเที่ยงอมรินทร์ | 20 ก.พ. 69

ทหารเขมรผยองหนัก! ท้าทายขู่คิดว่าไม่กล้ายิงเหรอ | ข่าวเที่ยงอมรินทร์ | 20 ก.พ. 69

สาวใหญ่ดับปริศนา ศพถูกยัดตู้เย็น เค้นสอบยามปมเคยคิดขืนใจ?! | ลุยชนข่าว | 17 ก.พ. 69

สาวใหญ่ดับปริศนา ศพถูกยัดตู้เย็น เค้นสอบยามปมเคยคิดขืนใจ?! | ลุยชนข่าว | 17 ก.พ. 69

เขมรระส่ำ! ลมหวนพัดไฟป่าที่จุดเอง เผาบ้านวอด 60 หลัง | ข่าวเที่ยงอมรินทร์ | 20 ก.พ. 69

เขมรระส่ำ! ลมหวนพัดไฟป่าที่จุดเอง เผาบ้านวอด 60 หลัง | ข่าวเที่ยงอมรินทร์ | 20 ก.พ. 69

ดรามาสายชาร์จพ่นพิษ! ไล่ลงรถ-เงินหาย จบที่โรงพัก!! | 20 ก.พ. 69 | ข่าวใหญ่ช่อง8

ดรามาสายชาร์จพ่นพิษ! ไล่ลงรถ-เงินหาย จบที่โรงพัก!! | 20 ก.พ. 69 | ข่าวใหญ่ช่อง8

3 เยาวชนถูกทารุณ เผาอวัยวะเพศ-มีดกรีดตา | ชงข่าวเขย่าจอ | 17 กุมภาพันธ์ 2569

3 เยาวชนถูกทารุณ เผาอวัยวะเพศ-มีดกรีดตา | ชงข่าวเขย่าจอ | 17 กุมภาพันธ์ 2569

ชายแดนระอุ! นาทีทหารไทยตะโกนด่าเขมรแอบลอบวางระเบิด | ข่าวเที่ยงอมรินทร์ | 20 ก.พ. 69

ชายแดนระอุ! นาทีทหารไทยตะโกนด่าเขมรแอบลอบวางระเบิด | ข่าวเที่ยงอมรินทร์ | 20 ก.พ. 69

พิรุธชายขาเป๋โผล่วงจนปิด คืนสาวใหญ่ตายปริศนาศพถูกยัดตู้เย็น  | ลุยชนข่าว | 18 ก.พ. 69

พิรุธชายขาเป๋โผล่วงจนปิด คืนสาวใหญ่ตายปริศนาศพถูกยัดตู้เย็น | ลุยชนข่าว | 18 ก.พ. 69

รุมประชาทัณฑ์หนุ่มเมายา บุกโรงเรียนไล่กอดนักเรียนหญิง | ข่าวเที่ยงอมรินทร์ | 19 ก.พ. 69

รุมประชาทัณฑ์หนุ่มเมายา บุกโรงเรียนไล่กอดนักเรียนหญิง | ข่าวเที่ยงอมรินทร์ | 19 ก.พ. 69

Чем Опасен Разлом Африки На 2 Континента? Крупнейшее Сокрытие Правды

Чем Опасен Разлом Африки На 2 Континента? Крупнейшее Сокрытие Правды

ด่วน! รวบแล้วเมียหึงโหด คว้ามีดแทงผัวดับมิดด้ามคาบ้าน | 19 ก.พ. 69 | ข่าวใหญ่ช่อง8

ด่วน! รวบแล้วเมียหึงโหด คว้ามีดแทงผัวดับมิดด้ามคาบ้าน | 19 ก.พ. 69 | ข่าวใหญ่ช่อง8

#ด่วน ระอุแนว! เขมรอับปางหมดสภาพทรุดกลางป่า200จุด ฮุนเซนวูบสะกัดจับทะเลเดือด

#ด่วน ระอุแนว! เขมรอับปางหมดสภาพทรุดกลางป่า200จุด ฮุนเซนวูบสะกัดจับทะเลเดือด

ชัดเจน!

ชัดเจน! "ว้าแดง" ตั้งฐานทัพในไทย คุมพื้นที่ยอดเขาสูง ไล่ไม่ไป? หนักกว่าเขมร

🔴เหมือนนรกส่งมาเกิด ลงมือก่อเหตุได้เลือดเย็นมาก | Time to share | EP. 759

🔴เหมือนนรกส่งมาเกิด ลงมือก่อเหตุได้เลือดเย็นมาก | Time to share | EP. 759

สปป.ลาว เอาจริง! บุกทลายไร่ฝิ่นกลางป่าเชียงขวาง | ข่าวประเทศลาว | ເວົ້າໃຫ້ຟັງ Spill The Tea. EP104

สปป.ลาว เอาจริง! บุกทลายไร่ฝิ่นกลางป่าเชียงขวาง | ข่าวประเทศลาว | ເວົ້າໃຫ້ຟັງ Spill The Tea. EP104

"สมาคมฌาปนกิจ" ถูกยกเลิกกว่า 1 พันแห่ง l ข่าวเที่ยงเวิร์คพอยท์ l 19 ก.พ.69

ยับ!! เก๋ง-พ่วงกินเลน ชนสนั่นโค้งปราบเซียน | ข่าวอรุณอมรินทร์ | 18/02/69

ยับ!! เก๋ง-พ่วงกินเลน ชนสนั่นโค้งปราบเซียน | ข่าวอรุณอมรินทร์ | 18/02/69

ชีวิตพลิกทันตา! “สาวลาว” หอบทองบินลัดฟ้าขายถึงไทย ก่อนรู้ราคาจริงทำอึ้ง เป็นเศรษฐีชั่วข้ามคืน! 16-SS

ชีวิตพลิกทันตา! “สาวลาว” หอบทองบินลัดฟ้าขายถึงไทย ก่อนรู้ราคาจริงทำอึ้ง เป็นเศรษฐีชั่วข้ามคืน! 16-SS

ทลายแก๊งไอ้โม่งคำม่วน ปล้นสายไฟพันล้านกีบ รวบยกชุด 14 ราย | ข่าวประเทศลาว | SpillTheTea. EP115

ทลายแก๊งไอ้โม่งคำม่วน ปล้นสายไฟพันล้านกีบ รวบยกชุด 14 ราย | ข่าวประเทศลาว | SpillTheTea. EP115

© 2025 ycliper. Все права защищены.



  • Контакты
  • О нас
  • Политика конфиденциальности



Контакты для правообладателей: [email protected]