ทลายแก๊งไอ้โม่งคำม่วน ปล้นสายไฟพันล้านกีบ รวบยกชุด 14 ราย | ข่าวประเทศลาว | SpillTheTea. EP115
Автор: ເວົ້າໃຫ້ຟັງ Spill The Tea
Загружено: 2026-02-19
Просмотров: 1756
Описание:
ໃນວັນທີ 5 ກຸມພາ 2026 ທີ່ຜ່ານມາ ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ (ປກສ) ແຂວງຄຳມ່ວນ ໄດ້ຄວບຄຸມຕົວກຸ່ມຜູ້ຕ້ອງຫາຄະດີໂຈລະກຳລາຍໃຫຍ່ ຈຳນວນ 13 ລາຍ ໄປເຮັດແຜນປະກອບຄຳສາລະພາບ ຫຼັງຈາກໄດ້ກໍ່ເຫດຕັດສາຍໄຟຟ້າແຮງສູງ ແລະ ປຸ້ນຊັບໂຮງງານອຸດສາຫະກຳຢ່າງຕໍ່ເນື່ອງ ເຊິ່ງມີປະຫວັດການກໍ່ອາຊະຍາກຳຍາວຢຽດ ສ້າງຄວາມເສຍຫາຍລວມມູນຄ່ານັບຮ້ອຍລ້ານກີບ
ສຳລັບຈຸດເລີ່ມຕົ້ນຂອງການທະລາຍເຄືອຂ່າຍອາຊະຍາກຳນີ້ ແມ່ນເກີດຂຶ້ນໃນວັນທີ 6 ທັນວາ 2025 ໂດຍເຈົ້າໜ້າທີ່ໄດ້ຮັບແຈ້ງເຫດສຸດລະທຶກຈາກພະນັກງານຮັກສາຄວາມປອດໄພຂອງ ໂຮງງານຄຳມ່ວນອຸດສາຫະກຳທໍ່ ທີ່ຕັ້ງຢູ່ບ້ານນາແຫງວ ເມືອງທ່າແຂກ ໂດຍລະບຸວ່າ ມີກຸ່ມຄົນຮ້າຍບໍ່ຕ່ຳກວ່າ 10 ຄົນ ນຸ່ງຊຸດໄອໂມ່ງປົກປິດໃບໜ້າຢ່າງມິດຊິດ ພ້ອມອາວຸດປືນຄົບມື ບຸກຈູ່ໂຈມເຂົ້າມາໃນຍາມວິກາງຄືນ ເຊິ່ງຄົນຮ້າຍໄດ້ໃຊ້ປືນຈີ້ບັງຄັບ ແລະ ກັກຂັງພະນັກງານຮັກສາຄວາມປອດໄພເອົາໄວ້ ກ່ອນຈະນຳຄີມຕັດເຫຼັກຂະໜາດໃຫຍ່ ລັກຕັດສາຍໄຟຟ້າແຮງສູງພາຍໃນບໍລິເວນໂຮງງານຢ່າງໃຈເຢັນ ແລະ ຊຳນານງານ ກ່ອນຈະຫຼົບໜີໄປໃນຄວາມມືດ.
ພາຍຫຼັງທີ່ໄດ້ຮັບແຈ້ງຄວາມ ເຈົ້າໜ້າທີ່ຕຳຫຼວດ ປກສ ແແຂວງຄຳມ່ວນ ບໍ່ໄດ້ນິ່ງນອນໃຈ ໄດ້ລະດົມກຳລັງລົງພື້ນທີ່ກວດກາພະຍານຫຼັກຖານຢ່າງລະອຽດ ພ້ອມທັງໄລ່ຕິດຕາມກ້ອງວົງຈອນປິດຕາມເສັ້ນທາງຫຼົບໜີ ຈົນມາຮອດວັນທີ 13 ທັນວາ 2025 ຄວາມພະຍາຍາມກໍເປັນຜົນ ເມື່ອເຈົ້າໜ້າທີ່ສາມາດຈັບກຸ່ມເປົ້າໝາຍທີ່ຕ້ອງສົງໄສໄດ້ລາຍທຳອິດ ຄື ທ້າວ ຄຳດີ ກາສີຫາຣາດ ອາຍຸ 33 ປີ ເຊິ່ງເປັນຊາວບ້ານປາກຊ່ອງ ເມືອງມະຫາໄຊ ຈາກການສືບສວນ-ສອບສວນຢ່າງໜັກ ທ້າວ ຄຳດີ ໄດ້ຍອມຮັບສາລະພາບໝົດເປືອກ ພ້ອມທັງໄດ້ຊັດທອດເຖິງເພື່ອນຮ່ວມຂະບວນການທີ່ເຫຼືອອີກ 12 ຄົນ ຈົນນຳໄປສູ່ປະຕິບັດການຈູ່ໂຈມແບບສາຍຟ້າແລບໃນວັນທີ 14 ທັນວາ 2025 ເຊິ່ງສາມາດລວບຕົວຜູ້ຕ້ອງຫາໄດ້ໝົດທັງແກ໊ງ ປະກອບມີ:
ທ້າວ ຄຳໃບ ໜູພອນ ອາຍຸ 27 ປີ, ທ້າວ ນາຣີ ສຸດທິດຳລົງ ອາຍຸ 29 ປີ, ທ້າວ ເລີງ ໜູພອນ ອາຍຸ 28 ປີ, ທ້າວ ພິມມະສອນ ສິດທິວົງ ອາຍຸ 33 ປີ, ທ້າວ ຈອຍ ບຸດທະວົງ ອາຍຸ 23 ປີ, ທ້າວ ບຸນເພັງ ຈັນທະວົງ ອາຍຸ 29 ປີ, ທ້າວ ສີວາ ແກ້ວດວງບຸດດີ ອາຍຸ 33 ປີ, ທ້າວ ຂວັນໃຈ ກາພູຄຳ ອາຍຸ 31 ປີ, ທ້າວ ຈອຍ ທຸນລະນີ ອາຍຸ 30 ປີ, ທ້າວ ພູທອນ ສຸວັນສິງຄຳ ອາຍຸ 38 ປີ ແລະ ທ້າວ ກະປູ ຂຽນວິໄລ ອາຍຸ 30 ປີ ຈາກການສືບສວນໃນທາງເລິກ ພົບວ່າແກ໊ງນີ້ມີພຶດຕິກຳເປັນອາຊະຍາກອນອາຊີບ ໄດ້ອອກເຄື່ອນໄຫວກໍ່ເຫດມາແລ້ວຫຼາຍຄັ້ງຢ່າງບໍ່ເກງກົວຕໍ່ລະບຽບກົດໝາຍ
ໂດຍໃນວັນທີ 30 ມິຖຸນາ 2025 ໄດ້ບຸກເຂົ້າໂຮງງານບົດຫີນ ບໍລິສັດ ຊີນູ ບ້ານໂພນງາມ ໄດ້ທອງແດງໄປ 210 ກິໂລກຣາມ ນຳໄປຂາຍໄດ້ເງິນ 37 ລ້ານ 8 ແສນກີບ ຫຼື ປະມານ 55,000 ກວ່າບາດ ຕໍ່ມາໃນວັນທີ 28 ຕຸລາ 2025 ໄດ້ບຸກບໍລິສັດຫຼອມໂລຫະ ລາວຣີເຊິ່ງ ຈຳກັດຜູ້ດຽວ ເມືອງບົວລະພາ ເຊິ່ງເຫດການຄັ້ງນີ້ມີຄວາມຮຸນແຮງທີ່ສຸດ ຍ້ອນຄົນຮ້າຍໄດ້ໃຊ້ປືນແກ໊ບຍິງຂົ່ມຂູ່ 1 ນັດ ກ່ອນຈະຈັບກຸມກຳມະກອນຊາວຈີນ 1 ຄົນ ແລະ ຊາວລາວ 1 ຄົນ ມັດໂຮມກັນໄວ້ເພື່ອປຸ້ນຊັບ ແຕ່ຄັ້ງນີ້ບໍ່ໄດ້ຫຍັງຍ້ອນບໍ່ມີເປົ້າໝາຍທີ່ຕ້ອງການ ຈຶ່ງໄດ້ພາກັນຫຼົບໜີໄປ ຈົນມາຮອດວັນທີ 2 ທັນວາ 2025 ໄດ້ບຸກເຂົ້າບໍລິສັດ ລາວຈະເລີນ ບ້ານໂພນງາມ ໂດຍໃຊ້ປືນລົມຈີ້ຫົວຄົນງານ 2 ຄົນ ກວາດເອົາສາຍໄຟ ແລະ ທອງແດງໄປໄດ້ກວ່າ 1,025 ກິໂລກຣາມ ຂາຍໄດ້ເງິນສູງເຖິງ 210 ລ້ານກີບ ຫຼື ປະມານ 300,000 ກວ່າບາດ ແລະ ໃນວັນທີ 5 ທັນວາ 2025 ກໍແມ່ນທີ່ໂຮງງານຄຳມ່ວນອຸດສາຫະກຳທໍ່ ໄດ້ທອງແດງເຖິງ 430 ກິໂລກຣາມ ຂາຍໄດ້ເງິນ 90.3 ລ້ານກີບ ຫຼື ປະມານ 130,000 ກວ່າບາດ
ໃນການກໍ່ເຫດແຕ່ລະຄັ້ງ ກຸ່ມໂຈນດັ່ງກ່າວແມ່ນໄດ້ໃຊ້ລົດກະບະ ຍີ່ຫໍ້ ຮຸນໄດ (Hyundai) ສີຟ້າ ໝາຍເລກທະບຽນ ກກ 3174 ຄຳມ່ວນ ເຊິ່ງເປັນລົດຂອງທ້າວ ຄຳດີ ເປັນພາຫະນະຫຼັກ ພ້ອມດ້ວຍອາວຸດ ແລະ ເຄື່ອງມືຄົບຊຸດ ເປັນຕົ້ນແມ່ນ ປືນແກ໊ບ 2 ກະບອກ, ປືນລົມ 1 ກະບອກ, ຄີມຕັດສາຍໄຟ, ມີດຄັດເຕີ, ມີດອີ່ໂຕ້, ມີດປາຍແຫຼມ ແລະ ໄມ້ກົມຂະໜາດ 80 ຊັງຕີແມັດ ທີ່ໃຊ້ເປັນອາວຸດໃນການປະທຸສະຮ້າຍ ສຳລັບເງິນມະຫາສານທີ່ໄດ້ມາຈາກການຂາຍທອງແດງ ກຸ່ມຜູ້ຕ້ອງຫາໄດ້ສາລະພາບວ່າໄດ້ນຳໄປແບ່ງປັນກັນເພື່ອໃຊ້ຈ່າຍຟຸ່ມເຟືອຍ ແລະ ຊອກຫາຄວາມສຸກສ່ວນຕົວຈົນໝົດສິ້ນ
ນອກຈາກນີ້ ເຈົ້າໜ້າທີ່ຍັງໄດ້ຂະຫຍາຍຜົນຈັບກຸ່ມ ທ້າວ ຫງວຽນ ຫາຍເກືອງ ອາຍຸ 36 ປີ ສັນຊາດຫວຽດນາມ ໃນຂໍ້ຫາ "ຮັບຊື້ຂອງໂຈນ" ເຊິ່ງເປັນຕົວການລາຍໃຫຍ່ໃນການລະບາຍຊັບສິນທີ່ໄດ້ມາຈາກການໂຈລະກຳໃນແຕ່ລະຄັ້ງ ເຊິ່ງໃນເວລານີ້ ເຈົ້າໜ້າທີ່ຕຳຫຼວດກຳລັງເລັ່ງຮວບຮວມສຳນວນຄະດີ ແລະ ຫຼັກຖານທັງໝົດ ເພື່ອສົ່ງຟ້ອງຕໍ່ພະນັກງານໄອຍະການ ແລະ ດຳເນີນຄະດີຕາມລະບຽບກົດໝາຍຢ່າງເດັດຂາດ ເພື່ອຄືນຄວາມສະຫງົບສຸກໃຫ້ແກ່ພາກສ່ວນອຸດສາຫະກຳ ແລະ ພີ່ນ້ອງປະຊາຊົນໃນພື້ນທີ່ແຂວງຄຳມ່ວນສືບຕໍ່ໄປ.
#ข่าวประเทศลาว #ເວົ້າໃຫ້ຟັງ #SpillTheTea #ลาว #Laos #การเมืองลาว #สปปลาว #ประเทศลาว #ข่าวสปปลาว #LaoNews
Повторяем попытку...
Доступные форматы для скачивания:
Скачать видео
-
Информация по загрузке: