ycliper

Популярное

Музыка Кино и Анимация Автомобили Животные Спорт Путешествия Игры Юмор

Интересные видео

2025 Сериалы Трейлеры Новости Как сделать Видеоуроки Diy своими руками

Топ запросов

смотреть а4 schoolboy runaway турецкий сериал смотреть мультфильмы эдисон
Скачать

สะเทือนขวัญเวียงจันทน์อีกแล้ว! พบศพหญิงรอยสักนกยูง | ข่าวประเทศลาว | ເວົ້າໃຫ້ຟັງ Spill The Tea. EP22

Автор: ເວົ້າໃຫ້ຟັງ Spill The Tea

Загружено: 2025-07-23

Просмотров: 10572

Описание: ໃນວັນທີ 23 ກໍລະກົດ 2025, ເວລາປະມານ 19:00 ໂມງ, ໜ່ວຍກູ້ໄພອາສາເພື່ອປະຊາຊົນໄດ້ຮັບແຈ້ງເຫດສຸດສະທືອນຂວັນຈາກຊາວບ້ານໃນພື້ນທີ່ບ້ານເວີນກະເບົາ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ວ່າໄດ້ມີການຄົ້ນພົບສົບຖືກຄາດຕະກຳຝັງດິນຢ່າງໂຫດຮ້າຍ.

ຫຼັງຈາກໄດ້ຮັບແຈ້ງເຫດ, ໜ່ວຍອາສາກູ້ໄພເພື່ອປະຊາຊົນບໍ່ລໍຊ້າ, ໄດ້ປະສານງານກັບເຈົ້າໜ້າທີ່ຕຳຫຼວດ ເພື່ອຮ່ວມກັນກວດສອບພື້ນທີ່ເກີດເຫດ ແລະ ຊັນນະສູດພິກສົບຢ່າງລະອຽດ.

ຈາກການກວດສອບ ແລະ ຊັນນະສູດພິກສົບໃນເບື້ອງຕົ້ນ, ຄາດວ່າເປັນເພດຍິງ, ມີລັກສະນະເດັ່ນຄື: ຜົມສີບຣອນທອງ ແລະ ມີ ຮອຍສັກຮູບນົກຍູງຂະໜາດໃຫຍ່ຕັ້ງແຕ່ຕົ້ນຂາໄປຈົນເຖິງບໍລິເວນແອວ. ໃນຂະນະທີ່ພົບສົບ, ຜູ້ເສຍຊີວິດນຸ່ງເສື້ອສາຍດ່ຽວສີດຳ ແລະ ໂສ້ງຢີນຂາສັ້ນ.

ເນື່ອງຈາກສະພາບສົບທີ່ຖືກຝັງມາຫຼາຍວັນ ເຮັດໃຫ້ເລີ່ມມີການເນົ່າເປື່ອຍ, ທາງໜ່ວຍອາສາກູ້ໄພເພື່ອປະຊາຊົນຈຶ່ງໄດ້ດຳເນີນການ ຊາປະນະກິດສົບທັນທີທີ່ປ່າຊ້າລວມນາຊອນ ເພື່ອໃຫ້ເປັນໄປຕາມຫຼັກສາສະໜາ ແລະ ສຸຂະອະນາໄມໃນເບື້ອງຕົ້ນ. ພ້ອມກັນນີ້, ເຈົ້າໜ້າທີ່ໄດ້ອອກປະກາດຕາມຫາຍາດພີ່ນ້ອງຂອງຜູ້ເສຍຊີວິດ ເພື່ອແຈ້ງຂ່າວຮ້າຍ ແລະ ໃຫ້ຂໍ້ມູນເພີ່ມເຕີມໃນການສືບສວນຄະດີນີ້.

ເຈົ້າໜ້າທີ່ຕຳຫຼວດກຳລັງເລັ່ງດຳເນີນການສືບສວນສອບສວນ ເພື່ອລວບລວມພະຍານຫຼັກຖານ ແລະ ເບາະແສຕ່າງໆ ທີ່ກ່ຽວຂ້ອງກັບຄະດີນີ້ຢ່າງເຕັມທີ່, ເພື່ອນຳຕົວຜູ້ກະທຳຜິດມາລົງໂທດຕາມກົດໝາຍໂດຍໄວທີ່ສຸດ.

ເຫດການອັນໜ້າສະທືອນຂວັນນີ້ໄດ້ສ້າງຄວາມຫວາດຜວາ ແລະ ຄວາມບໍ່ສະບາຍໃຈຢ່າງຫຼາຍໃຫ້ກັບຊາວບ້ານໃນພື້ນທີ່, ເນື່ອງຈາກຈົນເຖິງຂະນະນີ້ຍັງບໍ່ມີການພົບເບາະແສທີ່ຊັດເຈນ ຫຼື ສາມາດຈັບກຸມຜູ້ຕ້ອງສົງໄສໄດ້. ຊາວບ້ານຕ່າງຮຽກຮ້ອງໃຫ້ເຈົ້າໜ້າທີ່ຕຳຫຼວດເລັ່ງຄີ່ຄາຍຄະດີໂດຍດ່ວນ ເພື່ອຄືນຄວາມສະຫງົບສຸກ ແລະ ຄວາມປອດໄພໃຫ້ກັບຊຸມຊົນ. ຂໍເປັນກຳລັງໃຈໃຫ້ເຈົ້າໜ້າທີ່ຕຳຫຼວດສາມາດຄີ່ຄາຍຄະດີນີ້ ແລະ ນຳຕົວຄົນຮ້າຍມາລົງໂທດໃຫ້ໄດ້ໂດຍໄວທີ່ສຸດ.

Не удается загрузить Youtube-плеер. Проверьте блокировку Youtube в вашей сети.
Повторяем попытку...
สะเทือนขวัญเวียงจันทน์อีกแล้ว! พบศพหญิงรอยสักนกยูง | ข่าวประเทศลาว | ເວົ້າໃຫ້ຟັງ Spill The Tea. EP22

Поделиться в:

Доступные форматы для скачивания:

Скачать видео

  • Информация по загрузке:

Скачать аудио

Похожие видео

© 2025 ycliper. Все права защищены.



  • Контакты
  • О нас
  • Политика конфиденциальности



Контакты для правообладателей: [email protected]