ສົ່ງຄວາມເມດຕາ : Metta prayer 🙏
Автор: Awaken ສະບາຍດີ ທັມມະ
Загружено: 2026-01-03
Просмотров: 31
Описание:
ອິທັງ ປຸນຍະພະລັງ
ບຸນໃດ ກຸສົນໃດ ທີ່ລູກໄດ້ບຳເພັນມາດີແລ້ວ ສຳເລັດແລ້ວ
ຕັ້ງແຕ່ອະດີດຊາດ ຈົນເຖິງປັດຈຸບັນຊາດ
ລູກ ວັນນາ ດາຣາ ນ້ອຍ ເພັດ ຣະບີ
ຂໍນ້ອມນຳຖວາຍບຸນທັງໝົດນີ້ ແດ່ພຣະຣັດຕະນະໄຕ
ອັນມີອົງສົມເດັດພຣະສັມມາສັມພຸດທະເຈົ້າເປັນປະທານ
ແດ່ພຣະພຸດທະເຈົ້າທຸກໆພຣະອົງ
ແດ່ພຣະປັດເຈກພຸດທະເຈົ້າທຸກໆພຣະອົງ
ແດ່ພຣະອະຣະຫັນຂີນາສົບ ຜູ້ພົ້ນແລ້ວຈາກກອງທຸກ ເຂົ້າສູ່ພຣະນິພພານ
ຂໍໃຫ້ບຸນຂອງລູກນີ້
ເປັນແສງທິບ ແສງທຳ ແສງສັພພັນຍູ
ເປັນຣັງສີ ໖ ປະການ ແຫ່ງອົງສົມເດັດພຣະສັມມາສັມພຸດທະເຈົ້າ
ແຜ່ໄປເຖິງສັດທັງຫຼາຍ ໃນ ໓໑ ພົບພູມ
ຂໍໃຫ້ສັດທັງຫຼາຍເຫຼົ່ານັ້ນ
ມີດວງຕາເຫັນທຳ
ຖ້າຍັງປະສົບທຸກຢູ່ ກໍຂໍໃຫ້ພົ້ນຈາກຄວາມທຸກນັ້ນໂດຍທົ່ວກັນ
ແລະຂໍພຣະຣັດຕະນະໄຕ
ຈົ່ງມີພຣະມະຫາກະຣຸນາ
ໂປດເກື້ອກູນໃຫ້ລູກ vanna ດາຣາ ນ້ອຍ ເພັດ ຣະບີ
ຈະເລີນທັງທາງໂລກ ແລະທາງທຳ
ຈົນກວ່າຈະເຂົ້າເຖິງພຣະນິພພານໃນຊາດນີ້
ສາທຸ ສາທຸ ສາທຸ
Повторяем попытку...
Доступные форматы для скачивания:
Скачать видео
-
Информация по загрузке: