ຖ້າເຈົ້າໄດ້ຟັງ ( ถ้าเจ้าได้ฟัง ) NUN x ADDY AKB x MARAX | Prod By NOIY'TK
Автор: NOIY’TK STUDIO
Загружено: 2025-03-19
Просмотров: 2822
Описание:
#ຖ້າເຈົ້າໄດ້ຟັງ #ถ้าเจ้าได้ฟัง
Artist by : NUN x ADDY AKB x MARAX
Lyrics by : ADDY AKB x MARAX
Beat by : NOIY'TK
Mix & Mastered : NOIY'TK
ເນື້ອເພງ
Hook : NUN
ຖ້າວ່າເຈົ້າໄດ້ຟັງເພງນີ້ ຢາກຈະບອກໃຫ້ກັບມາຫາ
ຂ້ອຍຍັງຖ້າເຈົ້າຢູ່ບ່ອນນີ້ ເເລະຍັງຄົງຫວັງໃຫ້ເຈົ້າຄືນມາ
ເລື່ອງທີ່ມັນບໍ່ດີທີ່ເຄີຍເຮັດໄວ້...ໃຫ້ອະໄພໄດ້ບໍລາ
ຂ້ອຍຂໍສັນຍາ~~ວ່າຈະບໍເຮັດໃຫ້ເຈົ້ານັ້ນຕ້ອງເສຍນໍ້າຕາ...
Rap : ADDY AKB
ເຈົ້າເຄີຍບອກຂ້ອຍວ່າ
ມື້ຫນຶ່ງໂຕຂ້ອຍຈະມີເພງທີ່ດັງ
every time every night every day
ເປີດ Play ຄົນແລກຈະເປັນເຈົ້າເອງທີ່ຟັງ
ແຕ່ຕອນນີ້ເຈົ້າໄດ້ຫນີຈາກໄປ
ປ່ອຍໃຫ້ຕອນສຸດທ້າຍມັນເປັນຂ້ອຍທີ່ຍັງ
ເຮັດເພງອອກມາຄວາມດຸ
ແຕ່ຖ້າເຈົ້າບໍ່ຢູ່ແລ້ວຜູ້ໃດສິຟັງ
ເພງທີ່ຂ້ອຍແຕ່ງເຈົ້າຈະຟັງມັນຢູ່ບໍ່
ໃນຕອນທີ່ເຈົ້ານັ້ນບໍ່ໄດ້ຢູ່
ໃຈຈິງກະຢາກໃຫ້ເຈົ້ານັ້ນຢູ່ຕໍ່
ແຕ່ຄວາມຮັກມັນແຕກກ່ອນເຮົາເລີຍບໍ່ໄດ້ຄູ່
ແລະ ສາເຫດມັນກະເປັນຍ້ອນຂ້ອຍ
ບຸກຄົນຕ່ຳຕ້ອຍຄົງບໍ່ອາດຄວນຄູ່
ຫຼົງໄປໃຊ້ຄຳເວົ້າຕ່ຳຖ້ອຍ
ທີ່ເຈົ້າເລືອກຖີ້ມຂ້ອຍມັນກະສົມຄວນຢູ່
ຄວາມຮັກເຮົາມັນກະຄືກັບການ
ທີ່ເຮົາສ້າງປະສາດທີ່ໃຊ້ທະເລຊາຍ
ກະຮູ້ຢູ່ວ່າມັນບໍ່ໝັ້ນຄົງ
ຂະໜາດຖືກແຮງລົມກໍ່ຍັງພັງທະລາຍ
ຖ້າເຈົ້າຜ່ານມາໄດ້ຍິນເພງນີ້
ນີ້ຄືສຽງ ADDY AKB ປະເຄນໃຈ
ຂໍໂທດທີ່ເຮັດໃຫ້ໄຟມອດ
ຮັກເຮົາເລີຍຢູ່ບໍ່ຮອດ valentine
Rap : MARAX
ຍອມຮັບຕາມຕົງວ່າ
ຂ້ອຍບໍ່ອາດຈະລືມເຈົ້າ
ຍັງຄິດຮອດໃນຕອນທີ່ມີກັນ
ຕອນນີ້ບໍ່ມີວັນຈະກັບເປັນຄືເກົ່າ
ຂ້ອຍໂງ່ເອງທີ່ເລືອກຈະອອກມາ ເພາະຄິດວ່າໂຕເອງບໍ່ມີຄ່າ
ເເລ້ວຕອນນີ້ຂ້ອຍເຖິງໄດ້ຮູ້ວ່າ
ຄວາມຄິດເດັກນ້ອຍຕອນນັ້ນມັນໂຄ້ດຈ້າ
ຂ້ອຍເລີຍເເຕ່ງເພງນີ້ຂື້ນມາເພື່ອບອກຄວາມຮູ້ສຶກ
ວ່າລຶກໆຂ້ອຍຍັງຄົງຄິດຮອດ
ເລື່ອງລາວສອງເຮົາບໍອາດຈະລືມມັນ
ເພາະເຮົາເຄີຍຢອກກັນຈົນຍິ້ມໄດ້ຕະຫຼອດ
ເເຕ່ຄວາມບໍ່ເຂົ້າໃຈເຮັດໃຫ້ຕ້ອງຈາກລາ
ຄວາມຮັກທີ່ເຄີຍຫວານຕ້ອງປ່ຽນເປັນນໍ້າຕາ
ຕ້າວຍິ້ມທີ່ເຄີຍເອີ້ນຍັງຈື່ໄດ້ຢູ່ຫວາ
ຂໍພອນກັບດວງດາວໄດ້ໂປດໃຫ້ເຈົ້ານັ້ນຄືນມາ...
Повторяем попытку...
Доступные форматы для скачивания:
Скачать видео
-
Информация по загрузке: