ຄິດຮອດສາວຫລວງພະບາງ ບຸນເກີດ ໜູຫວ່ງ คิดฮอดสาวหลวงพะบาง บุนเกีด หนูห่วง MV OFFICIAL
Автор: ມະຫາສານ
Загружено: 2026-01-23
Просмотров: 11236
Описание:
#PHATALK
ຂັບທູ້ມ: ຄິດສາວຫລວງພະບາງ
ຂັບໂດຍ: ບຸນເກີດ ໜູຫວ່ງ
ແຕ່ງໂດຍ: ອຈ ສົມນຶກ ແນວສະຄຶນ
ຫ້ອງອັດດົນຕຣີ: ອຈ ພົນ ຮຸ່ງເພັດ
ຖ່າຍທຳຕັດຕໍ່: ມະຫາສານ ມີເດ່ຍ
#PHATALK
ສາວຫລວງພະບາງ ອ້າຍນວນນາງຮັກຫລາຍແທ້ໃດ
ຮັກດັວຍຄວາມເຕັມ ຮັກນີ້ຫຍິ່ງໃຫຍ່ມອບໃຫ້ເຈົ້າ
ນ້ອງຂ້ອຍເອີຍ ບໍ່ລືມເລີຍບໍ່ລືມວາຈາ
ຮັກເທົ່າຟ້າ ສັນຍາແລ້ວ ແຕ່ຢ້ານບໍ່ສົມ
ຄິດບໍຄິດບໍລະເຈົ້າ ຄາວທ່ຽວບ້ານຜານົມ
ຈຳບໍໃຜນໍຊື້ຜ້າ ໄໝລາວໃຫ້ຫົ່ມ
ປຽບຮັກອ້າຍສະໂລມ ຫົ່ມກາຍແນບຂ້າງຂອງນາງນ້ອງນີ້
ນ້ອງຜູ້ດີເອີຍ... ເອິ ... ເຫິເອີ ... ໂອ! ... ລະວ່າເຈົ້າຍອດນາງລີ
ຄືນນັ້ນທີ່ຕາດກວາງຊີ ມາຮອດມື້ນີ້ອ້າຍລືມບໍ່ໄດ້
ເອີ ... ເຈົ້າແກ້ມ ເຈົ້າແກ້ມ ລະເປັນສີເປືອກໄຂ່
ຢ່າຫລົງຢ່າລືມຢ່າໄລ ຜູ້ບ່າວບ້ານໄກຄົນນີ້ຄິດຮອດ
ຜູ້ແກ້ມໃໝ່ໆ ອ້າຍຍັງຈຳໄດ້ກິ່ນອາຍເອາະຫລາມ
ແຊບແຈ່ວບອງເຄີຍຈໍ້າ ມວ່ນສຽງຂັບລຳເພິ່ນຂັບທູ້ມ
ປີນີ້ໜາ ອ້າຍຄືນມາ ທ່ຽວບຸນສົງການ
ຮິມຝັ່ງຄານ ຄອຍນ້ອງດ້ວຍໃຈຮ້ອນຫຸ່ມ
ມາວັນນີ້ ຄອຍຫາຄົນດີໃກ້ໆຮ້ານສີ້ນຈຸ່ມ
ມາວັນນີ້ ໂທນັດຄົນດີທີ່ຮ້ານສີ້ນຈຸ່ມ
ອ້າຍດີໃຈຫຸ່ມ ຫວັງໃຈໄດ້ຕູ້ມຄວາມຮັດຄວາມຊິດໃກ້
ເຈົ້າດອກດອກຄູນ ເອີ ... ໂອລະວ່າເຈົ້າດອກຄູນໃຈ
ແມ່ນນ້ອງໂທລົມກັບ ໂທຫາບໍ່ໄດ້ສາຍນ້ອງບໍ່ວ້າງ
ເອິ... ແກ້ວຕ່ອນແກ້ວຕ່ອນ ບຸນມີທີ່ຫວັງ
ໂທກັບແດ່ເດີ້ນວນນາງ
ສາວຫລວງພະບາງອ້າຍຄອຍນ້ອງຢູ່
#PHATALK
ສົ່ງເສີມ ການຢູ່ຮ່ວມກັນແບບມີສ່ວນຮ່ວມ ໃນຊຸມຊົນ ມະຫາສານ ເພື່ອແບ່ງປັນໂອກາດ ລາຍໄດ້ ສົ່ງເສີມເຊິ່ງກັນແລະກັນ ເຮັດໃຫ້ສັງຄົມລາວເຮົາໜ້າຢູ່ຂື້ນ ດ້ວຍການສື່ສານຜ່ານ ສິນລະປະວັດທະນາທຳລາວ ພ້ອມກັນດິດແຕ່ງ
ສ້າງສັນຜົນງານດ້ານສິນ ເພື່ອຫັນຊັບສິນທາງປັນຍາ ໃຫ້ກາຍປາຍເສດຖະກິດ ບົນພື້ນຖານຄວາມເປັນອິດສະຫຼະທາງດ້ານຄວາມຄິດ ແບບມີຈັນຍາບັນ
Повторяем попытку...
Доступные форматы для скачивания:
Скачать видео
-
Информация по загрузке: