ycliper

Популярное

Музыка Кино и Анимация Автомобили Животные Спорт Путешествия Игры Юмор

Интересные видео

2025 Сериалы Трейлеры Новости Как сделать Видеоуроки Diy своими руками

Топ запросов

смотреть а4 schoolboy runaway турецкий сериал смотреть мультфильмы эдисон
Скачать

Laos : ບຸນຊ້າງ​ທີ່ຫລວງພຣະບາງ | งานช้างที่หลวงพระบาง.

laos

laos 2025

lao

luangphabang

elephant laos

elephant luangphabang

bao kham travel

bao kham

ບ່າວຄຳພາທ່ຽວ

ບ່າວຄຳ

บ่าวคำพาเที่ยว

บ่าวคำ

ຊ້າງ

ຊ້າງຮຽງເກີຍ

ຊ້າງລາວ

เที่ยวลาว

หลวงพระบาง

Автор: Bao kham Travel

Загружено: 2025-04-13

Просмотров: 4653

Описание: 🎉🎉ບັນຍາກາດພິທີ ແຫ່ຊ້າງຮຽງເກີຍ ຢູ່ນະຄອນ ຫຼວງພະບາງ.

ວັນທີ່ 12 ເມສາ 2025 ຢູ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ໄດ້ຈັດພິທີແຫ່ຊ້າງຮຽງເກີຍ ເຊີ່ງເປັນພິທີກັມ ຄອບລາ ຫລືບອກກ່າວການປ່ຽນສັກກະຣາຊ ປີເກົ່າ ໄປສູ່ສັກກະຣາຊ ຫລືສັງກາດປີໃຫມ່ ຕາມຄວາມເຊື່ອຖືມາແຕ່ບູຮານນະການ.

ທ່ານ ແສງຈັນ ເພຍສາຂາ ນາຍບ້ານປ່າຂາມ ໄດ້ໃຫ້ສຳພາດ ວ່າ: ພິທີແຫ່ຊ້າງຮຽງເກີຍ ເປະເພນີທີ່ປະຊາຊົນລາວ ໄດ້ສືບທອດກັນມາຫຼາຍເຊັ່ນຄົນ ເພາະປະເທດລາວເຄີຍເປັນອານາຈັກລາວລ້ານຊ້າງມາກ່ອນ ເຊີ່ງໃນປີນີ້ ຄະນະຮັບຜິດຊອບຂອງບ້ານປ່າຂາມ ໄດ້ພ້ອມກັນກະກຽມວຽກງານຫຼາຍດ້ານ ເຮັດໃຫ້ການຈັດພິທີມີຜົນສຳເລັດ.

ສຳລັບຄວາມໝາຍຄຳວ່າຊ້າງຮຽງເກີຍ ສະໄໝກ່ອນ ແມ່ນການແອບຊ້າງກ່ອນເຂົ້າສູ່ສະໜາມຮົບ ໂດຍມີຄຳເວົ້າບາງຕອນໃນພິທີຮຽງເກີຍນັ້ນວ່າ: ສັງກາດ ສັງຂານໃຫມ່ ເຈົ້າຜູ້ໃຫຍ່ ຖ້າຍປີ ຖ້າຍເດືອນ ເຈົ້າມຶງ ໃສ່ເສື້ອສີແຫລ້ ໃຫ້ມຶງຈຳ ເຈົ້າມຶງໃສ່ເສື້ອສີດຳ ໃຫ້ມຶງຈື່ ຈື່ຢ່າລັງ ສັ່ງຢ່າລືມ ຈື່ໃສ່ປຸມພາໄວ້ ຈື່ໃສ່ໄສ້ພານອນ ໃຫ້ເຈົ້າອວ່າຍຫນ້າມາສູ່ ໃຫ້ເຈົ້າໝັ້ນຍືນແສນປີ ຄ້ຳບ້ານໝູນເມືອງ ນີ້ແລ, ເວລາອອກສູ້ຮົບນັ້ນ ເຈົ້າຢ່າໄດ້ງວກຊ້າຍ-ງວກຂວາ ໃຫ້ໄປໜ້າຕິກໆ ຄັນໄດ້ຍິນສຽງຄົນຮ້ອງໂຮ່ແຊວຢູ່ທາງໜ້າແມ່ນສັດຕູ, ເພາະ “ຊ້າງ“ ເປັນສັດໃຫຍ່ຄູ່ບ້ານ ຄູ່ເມືອງລາວ, ໃນປາງສົງຄາມ ຄົນສ່ວນໃຫຍ່ໄດ້ຊ້າງນໍາໃຊ້ເປັນພາຫະນະສູ້ຮົບ ຄຳວ່າ: “ຮຽງ“ ໝາຍເຖິງ ທຽບ, ຕິດ, ແປະ ຍັບເຂົ້າໃສ່ກັນ ແລະຄຳວ່າ “ເກີຍ“ ແມ່ນຄຳສັບທີໄດ້ມາຈາກພາສາກືມມຸ ທີໝາຍເຖິງ ລະບຽງ, ເຊຍ ຫຼື ຊານ ຂອງເຮືອນທີຍົກໃຫ້ສູງຂຶ້ນ.

ອີກຄວາມໝາຍໜື່ງແຫ່ຊ້າງຮຽງເກີຍ ເປັນພິທີສ່ຽງ-ທວາຍ ໃນປີນັ້ນວ່າ ເປັນປີທີ່ດິນຟ້າອາກາດສະພາບການບ້ານເມືອງ ຈະອຳນວຍຄວາມສະດວກ ຫລືຫຍຸ້ງຍາກຫຍັງແດ່ ຈະເກີດຂຶ້ນ ກັບບ້ານເມືອງ ແລະບັນດາພົນລະເມືອງ ເພື່ອຈະອາໄສ ດິນຟ້າອາກາດໃນການ ເຮັດກະສິກຳ ເພື່ອຈະກະກຽມຮັບມືກັບເຫດການທີຈະເກີດຂຶ້ນ (ໃຫ້ມີສະຕິລະວັງຕົວ). ເຊີ່ງໃນພິທີຊ້າງຮຽງເກີຍ ຈະມີພຶດພັນທັນຍາຫານຫລາຍຢ່າງ ໃຫ້ຊ້າງກິນ ເພື່ອສ່ຽງທວາຍການກິນຂອງຊ້າງ ເຊັ່ນ: ຫຍ້າ, ກ້ວຍ, ອ້ອຍ, ຖົ່ວ, ງາ, ເຫລົ້າ, ເຂົ້າຕົ້ມ, ເຂົ້າໝົມ, ເຂົ້າໂຄບ, ເຂົ້າຂຽບ ແລະອື່ນໆຕາມຄວາມເຊື່ອ ຖ້າປີໃດຊ້າງກິນຫຍ້າ ກິນກ້ວຍ ກິນອ້ອຍ ກໍ່ຈະພະຍາກອນວ່າ ປີນັ້ນດິນຟ້າອາກາດ ສະພາບການບ້ານເມືອງ ກໍ່ຈະສະຫງົບສຸຂ ຮົ່ມເຢັນ ນ້ຳຟ້ານ້ຳຝົນກໍ່ຈະອຸດົມສົມບູນ ຖ້າປີນັ້ນຊ້າງກິນເຫລົ້າ ກໍ່ຈະພະຍາກອນວ່າ ບ້ານເມືອງຈະມີອຸປະສັກ ເຫລົ່ານີ້ ເປັນຕົ້ນ.

ເຊີ່ງໃນປີນີ້ ໄດ້ມີຂະບວນແຫ່ເລີ້ມຈາກໜ້າຫ້ອງວ່າການແຂວງ ມີຊ້າງເຂົ້າຮ່ວມຂະບວນແຫ່ຈຳນວນ 7 ເຊືອກ ຫຼື ໂຕ ນຳພາຂະບວນໂດຍ ການນຳຂອງແຂວງ-ນະຄອນຫຼວງພະບາງ ແລະມວນຊົນຊາວຫຼວງພະບາງ ເຊີ່ງໄດ້ເລີ້ມຂະບວນແຫ່ຈາກໜ້າຫ້ອງວ່າການແຂວງ ນໍາຊ້າງມາຮຽງເກີຍຢູ່ວັດໃໝ່ ສຸວັນນະພູມມາຣາມ ຈາກນັ້ນ ໄດ້ເຄື່ອນຂະບວນໄປວັດຊຽງທອງ ພ້ອມທັງຕໍ່ທຳພິທີ ສູ່ຂັວນຊ້າງ ຢູ່ລານເກີຍຊ້າງວັດຊຽງທອງ ຕື່ມອີກ.

——-
ຂ່າວ-ພາບ: ອາພຸດເດດ ບຸບຜາ, LNR

#lao #เที่ยวลาว #baokham

Не удается загрузить Youtube-плеер. Проверьте блокировку Youtube в вашей сети.
Повторяем попытку...
Laos : ບຸນຊ້າງ​ທີ່ຫລວງພຣະບາງ | งานช้างที่หลวงพระบาง.

Поделиться в:

Доступные форматы для скачивания:

Скачать видео

  • Информация по загрузке:

Скачать аудио

Похожие видео

© 2025 ycliper. Все права защищены.



  • Контакты
  • О нас
  • Политика конфиденциальности



Контакты для правообладателей: [email protected]