ອາດີດຮັກຖິ່ນງູຊວງ ຄາລາໂອເກະ Karaoke ເສບສົດ【ຕົ້ນສະບັບ: ສຸບິນ ຊາມຸນຕີ】𝗖𝗼𝘃𝗲𝗿 𝗯𝘆 𝗟𝗮𝘁𝘁𝗮𝗻𝗮 𝗦𝘁𝘂𝗱𝗶𝗼
Автор: Lattana Studio
Загружено: 2025-01-29
Просмотров: 15896
Описание:
#คาราโอเกะ
*ເປັນວິດີໂອທີ່ສ້າງຂຶ້ນເພື່ອຄວາມບັນເທີງເທົ່ານັ້ນ ບໍ່ໄດ້ມີຈຸດປະສົງເພື່ອການຄ້າໃດໆ
ເພງ: ອາດີດຮັກຖິ່ນງູຊວງ
ແຕ່ງໂດຍ: ເກດແກ້ວ ສີອັກຄະສອນ
ຮ້ອງໂດຍ: ສຸບິນ ຊາມຸນຕີ
-----------------------------------
*ນານແລ້ວທີຍັງບໍ່ໄດ້ຄືນເມືອ
ເວີນສານຫາດເຫຼັກນາເຄືອ ເຄີຍນັ່ງເຮືອທ່ຽວຊົມແກ້ງຫີນ
ເຖິງຖໍ້າງູຊວງ ໃຈກໍ່ຫ່ວງຜູ້ສາວນານິນ
ເມື່ອຄາວເຄີຍໄດ້ໄປກິນ
ແກງຜັກຕຳນິນ ກິນເຂົ້າຊຸມກັນ
**ລຽບເລາະຂຶ້ນເໜືອຕາມແກ້ງຄີມດອນ
ຮອດຂັນໝາກບ້າໝາຫອນ ຖິ່ນເປັນຕອນລົ້ມລຽງກາຍກັນ
ເໝືອນວ່າອິນພົມ ໄດ້ປັ້ນແຕ່ງມາໄວ້ຕັ້ງນານ
ສຸດງາມສົມຄຳກ່າວຂານ ເປັນຕຳນານຫີນຂວາງນໍ້າງື່ມ…
***ຫີນຫົວເຂົ່າຂ່າ..ຕັ້ງສະຫງ່າຢູ່ກາງນະທີ
ທຳມະຊາດສ້າງສັນໃຫ້ມີ ແຕ້ມແຕ່ງສີນັບວ່າເປັນບຸນ
ໄປຫຼິ້ນວັງຊ້າງ ຖໍ້າແມ່ຍ່າແຖວຫາດຊາຍຄູນ
ຫາກຊີວິດຍັງບໍ່ສູນ ຫາກມີບຸນຈະເມືອຢ້ຽມເຢືອນ
****ສອງມືກາບລົງປະສົມຮ່ວມກັນ
ທີ່ຮອຍພະບາດມື້ນັ້ນ ບໍ່ມີວັນທີ່ຈະລືມໄລ
ຄຳໝັ້ນສັນຍາ ຮັກຈົນກວ່າຊີບນີ້ມາໄລ
ຄິດເຫັນພາບນ້ອງຍາມໃດ ຢາກກັບໄປຖິ່ນນີ້ອີກຫົນ…
Повторяем попытку...
Доступные форматы для скачивания:
Скачать видео
-
Информация по загрузке: