เมียควงชายใหม่ขึ้นห้อง ผัวกลับมาเจอภาพบาดตาแทบขาดใจ | ข่าวประเทศลาว | SpillTheTea.EP138
Автор: ເວົ້າໃຫ້ຟັງ Spill The Tea
Загружено: 2026-03-14
Просмотров: 26529
Описание:
ເມື່ອຄວາມຮັກທີ່ສ້າງກັນມາ ຕ້ອງມາເພພັງທະລາຍລົງໃນພິບຕາ ພຽງເພາະອາລົມຊົ່ວວູບ ແລະ ໃຈທີ່ປ່ຽນໄປ ເລື່ອງລາວນີ້ເກີດຂຶ້ນກັບແຮງງານຊາວລາວ ທີ່ເຂົ້າມາເຮັດວຽກສູ້ຊີວິດຢູ່ເມືອງໄທ ຍ້ອນກັບໄປເມື່ອບໍ່ເທົ່າໃດວັນຜ່ານມາ ຊະນວນເຫດເລີ່ມຕົ້ນຈາກການມີປາກສຽງກັນຢ່າງຮຸນແຮງ ຂອງຄູ່ຮັກຜົວເມຍຊາວລາວຄູ່ໜຶ່ງ ຝ່າຍເມຍເກີດອາລົມຫຸນຫັນພັນແລ່ນ ເຖິງຂັ້ນອອກປາກໄລ່ຜົວຄູ່ທຸກຄູ່ຍາກ ໃຫ້ອອກຈາກຫ້ອງພັກໄປໃຫ້ພົ້ນໜ້າ ຝ່າຍຜົວເມື່ອເຮັດຫຍັງບໍ່ໄດ້ ຈຶ່ງຕັດສິນໃຈຫອບໃຈຊ້ຳໆ ໄປຂໍອາໄສພັກພິງຢູ່ກັບອ້າຍ ເພື່ອລໍຖ້າໃຫ້ອາລົມຂອງຝ່າຍຍິງເຢັນລົງ ແຕ່ໃຜຈະເຊື່ອວ່າ ໄລຍະເວລາພຽງແຕ່ 48 ຊົ່ວໂມງເທົ່ານັ້ນທີ່ຫ່າງກັນ ຝ່າຍເມຍພັດບໍ່ໄດ້ໃຊ້ເວລານີ້ໃນການທົບທວນຄວາມຫຼັງ ແຕ່ລາວພັດມຸ່ງໜ້າໄປຍັງສະຖານບັນເທີງຍ່ານ ເພັດຊະບູລີ ຊອຍ 15 ແສງສີສຽງ ແລະ ນ້ຳເມົາ ປ່ຽນໃຈຄົນໄດ້ແທ້ໆ ເພາະໃນຄືນນັ້ນ ລາວໄດ້ກັບມາທີ່ຫ້ອງພັກພ້ອມກັບ "ຊາຍຊູ້" ຄົ່ວຄູ່ກັນຂຶ້ນຫ້ອງຢ່າງບໍ່ສົນໃສໃຜ ບໍ່ຢາກຈະຄິດເລີຍວ່າຈະເກີດຫຍັງຂຶ້ນຕໍ່ຈາກນັ້ນ ພໍຮອດມື້ຕໍ່ມາຄືວັນທີ 13 ມີນາ 2026 ແມ່ນວັນທີ່ຫົວໃຈຂອງລູກຜູ້ຊາຍຄົນໜຶ່ງ ຕ້ອງແຕກສະຫຼາຍບໍ່ມີຊິ້ນດີ! ເມື່ອຝ່າຍຜົວຕັດສິນໃຈກັບມາທີ່ຫ້ອງ ເພື່ອຫວັງຈະງໍ້ຂໍຄືນດີ ແຕ່ພາບທີ່ປາກົດຢູ່ຕໍ່ໜ້າ ພັດບໍ່ແມ່ນເມຍທີ່ລໍຖ້າການໃຫ້ອະໄພ ແຕ່ເປັນພາບເມຍທີ່ກຳລັງນອນກົກຢູ່ກັບຊາຍອື່ນຢ່າງໜ້າຕາເສີຍ! ຫົວອົກລູກຜູ້ຊາຍແທບແຕກສະຫຼາຍບໍ່ມີຊິ້ນດີ ຄົງຈະເປັນພາບທີ່ບາດຕາບາດໃຈ ແລະ ຄົງບໍ່ຢາກຈະຈິນຕະນາການເຖິງເລື່ອງເມື່ອຄືນນີ້ຢ່າງແນ່ນອນ ຢາກໃຫ້ທ່ານຜູ້ຊົມໄປເບິ່ງ ແລະ ຟັງສຽງຂອງເຫດການຈິງກັນເອົາເອງເລີຍ.
#ข่าวประเทศลาว #ເວົ້າໃຫ້ຟັງ #SpillTheTea #ลาว #Laos #การเมืองลาว #สปปลาว #ประเทศลาว #ข่าวสปปลาว #LaoNews
Повторяем попытку...
Доступные форматы для скачивания:
Скачать видео
-
Информация по загрузке: