ລືມນ້ອງບໍ່ລົງ ลืมน้องบ่ลง
Автор: ผาสุกเมโลดี้
Загружено: 2025-03-13
Просмотров: 24245
Описание:
เนื้อเพลง:
(1)
ເປັນບຸນຫຼືກຳ ໜຸນນຳໃຫ້ເຈີ
ພົບພໍ້ນວນນາງ ຊີວິດທຸກຢ່າງເດີນໄປດ້ວຍດີ
ເຄີຍຢູ່ໃນສາຍທຸກວັນ ສັນຍາສາບານກ່ອນກີ້
ຊົ່ວຊີວິດນີ້ ບໍ່ມີນອກໃຈ.
(2)
ຜ່ານຄືນຜ່ານວັນໄດ້ນານຫຼາຍປີ ຊີວິດແປຜັນ
ພົບວ່າເຈົ້ານັ້ນ ມີຄົນຮ່ວມສາຍ
ແຊັດຫາບໍ່ຕອບໂທຫາບໍ່ຕິດ ສັນຍານ 3 ຂີດເຈົ້າທັງອອນລາຍ
ເລີຍຮູ້ທັນໄດ້ ວ່າເຈົ້າເຊົາຮັກ.
(3)
ຄິດຄາວເມື່ອຍາມຍັງນ້ອຍ ເຄີຍຕົກຕົ້ນໄມ້ຈົນຂາກະຫຼ່ອຍ
ຍັງຄານຮອດບ້ານ ພາສາອົກຮັກ
ຖ້າຫາກຕ້ອງນອນທຳໃຈ ຄົງບໍ່ເຖິງຕາຍດອກໜາ
ເພື່ອສຸກແກ້ວຕາ ອ້າຍຊິທົນສູ້.
(4)
ຊີວິດຕິດພັນກັບຮັກອະດີດ ລືມນ້ອງບໍ່ລົງ
ຊາດນີ້ອ້າຍຄົງ ຕ້ອງທົນອົດສູ
ຍັງຖ້າແຕ່ນ້ອງຜູ້ດຽວ ຖ້າເຂົາບໍ່ຫຼຽວເຈົ້າຈົ່ງຮູ້
ມີຄົນຖ້າຢູ່ ຄູ່ເຈົ້າເປັນດອງ.
Повторяем попытку...

Доступные форматы для скачивания:
Скачать видео
-
Информация по загрузке: